ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະມັດ​ຕະ​ພາບ​ລົດ​ຕັງ​ລຸ້ນ M1O Booker ຂອງ​ອາ​ເມ​ຣິ​ກາ

     ລົດ​ຕັງ​ລຸ້ນ M1O Booker ຜະລິດ​ຂຶ້ນ​ໂດຍ​ບໍລິສັດ General Dynamics Land Systems (GDLS) ສະຫະລັດ​ອາ​
ເມ​ຣິ​ກາ, ຖືກ​ອອກ​ແບບ​ມາ​ ເພື່ອ​ໃຫ້​ມີ​ຂີດ​ຄວາມ​ສາມາດ​ທີ່​ຄ່ອງ​ແຄ້ວ​ໃນ​ການ​ເຄື່ອນ​ທີ່​ປະຕິບັດ​ພາລະກິດ​ຕົວ​ຈິງ​ໃນ​ພາກ​ສະໜາມ;
ລົດ​ຕັງ​ລຸ້ນ​ນີ້​ມີ​ເກາະ​ປ້ອງ​ກັນ​ລຸ້ນ Brigade Combat Team (BCT) ທີ່​ມີ​ຄວາມ​ທົນ​ທານ​ຕໍ່​ການ​ຕໍ່ສູ້​ກັບ​ຝ່າຍ​ກັນ​ຂ້າມ, ສາ
ມາດ​ປ້ອງ​ກັນ​ໄດ້​ທຸກ​ສ່ວນ​ຂອງ​ລົດ; ມີ​ການ​ຕິດ​ຕັ້ງ​ປືນ​ໃຫຍ່​ຂະໜາດ 105 ​ມມ ເພື່ອ​ຕໍ່ສູ້​ກັບ​ລົດ​ຕັງ ແລະ ລົດ​ຫຸ້ມ​ເກາະ.

     ລົດ​ຕັງ​ລຸ້ນ M10 Booker ສາມາດ​ເຄື່ອນ​ຍ້າຍ​ໄດ້​ງ່າຍ, ດ້ວຍລົດ​ລາກ​ແກ່, ເຄື່ອນ​ຍ້າຍ​ດ້ວຍ​ເຄື່ອງບິນ​ລຳລຽງ​ທາງ​ຍຸດ​ທະສາດ​ລຸ້ນ
Boeing C-17 Globemaster III ຂອງ​ກອງທັບ​ອາ​ເມ​ຣິ​ກາ. ເຖິງ​ແມ່ນ​ວ່າ​ລົດ​ຕັງ​ລຸ້ນ​ນີ້, ຈະ​ມີ​ຄວາມ​ຄ້າຍຄື​ກັນ​ກັບ​ລົດ​ຕັງ​ ຫຼັກ​ລຸ້ນ
M1 Abrams, ແຕ່​ລົດ​ຕັງ​ສູ້​ຮົບ​ລຸ້ນ​ນີ້​ມີ​ນ້ຳໜັກ​ໜ້ອຍ​ກວ່າ, ມີ​ການເຄື່ອນໄຫວ​ໄດ້​ສະດວກ, ວ່ອງໄວ ແລະ ເຄື່ອນ​ຍ້າຍ​ໄດ້​ງ່າຍ.

     ນອກນັ້ນຍັງມີ​ຈຸດ​ສຳຄັນ​ຄື​ມີ​ການ​ຕິດ​ຕັ້ງ​ປືນ​ກົນ​ທີ່​ສາມາດທຳລາຍ​ເປົ້າ​ໝາຍ​ໄດ້​ຢ່າງ​ແມ້ນຢຳ​ສູງລຸ້ນ XM35 ຂະໜາດ 105 ​ມມ
ພ້ອມ​ນັ້ນ​ຍັງໄດ້​ຕິດຕັ້ງ​ປືນ​ກົນ​ກັບ​ແກນ​ລຸ້ນ 7,62 ​ມມ ສາມາດ​ປ້ອງ​ກັນ​ການ ໂຈມຕີໄລຍະ​ໄກ້​ໄດ້​ເປັນ​ຢ່າງ​ດີ​ອີກ​ດ້ວຍ. ລົດ​ຕັງ​ຂະໜາດ​
ເບົາລຸ້ນ M10 Booker, ຕາມ​ກຳນົດ​ຄັນ​ທຳ​ອິດ​ຈະ​ຖຶກ​ສົ່ງ​ມອບ​ໃຫ້​ກອງທັບ​ສະ ຫະລັດ​ໃນ​ເດືອນກຸມພາ 2024 ນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/02/2024